ນຳຕົວສອງຊາຍ ເລາະລັກຊັບ ມູນຄ່າເສຍຫາຍ 500 ລ້ານກວ່າກີບ ໄປທົດສະກຳເຫດການຄືນ

#ວັນທີ 16 ມັງກອນ 2025, ເຈົ້າໜ້າທີ່ ສືບສວນ-ສອບສວນ ປກສ ແຂວງ ບໍລິຄຳໄຊ ຮ່ວມກັບເຈົ້າໜ້າທີ່ວິຊາສະເພາະສືບສວນ-ສອບສວນ, ນິຕິວິທະຍາ, ກອງບັນຊາການ ປກສ ເມືອງ ຄຳເກີດ ໄດ້ນໍາຕົວ ທ້າວ ເຊັ່ງຊົ່ງ ອາຍຸ 20 ປີ ແລະ ທ້າວ ຢາໂຊວ່າງ ອາຍຸ 23 ປີ ທັງສອງເປັນກໍາມະກອນ ຢູ່ບ້ານໂພນເມືອງນ້ອຍ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ໄປທົດສະກໍາທົດສອບຂໍ້ມູມຄືນໃໝ່ ໃນຄະດີລັກຊັບພົນລະເມືອງ ໂດຍມີການຈັດຕັ້ງບ້ານແຈ້ງສະຫວ່າງ, ບ້ານໂພນແພງ, ບ້ານໂພນໂຮງ, ບ້ານທົ່ງຈະເລີນ, ບ້ານນາເດື່ອ ແລະ ເຈົ້າຂອງເຄຫະສະຖານ (ຜູ້ເສຍຫາຍ) ເຂົ້າຮ່ວມ. #ເຫດການດັ່ງກ່າວໄດ້ເກີດຂຶ້ນໃນວັນທີ 13 ກໍລະກົດ ຫາ ວັນທີ 7 ພະຈິກ 2024 ທີ່ຜ່ານມາ ເຈົ້າໜ້າທີ່ໜ່ວຍງານ ຄະດີອາຍາ-ເສດຖະກິດ ປກສ ເມືອງຄຳເກີດ […]

ຜູ້ກໍ່ເຫດການຄາຕະກຳ ຢູ່ງານແຕ່ງດອງ ບ້ານຕົ້ນຕານ ເມືອງບໍ່ແຕນ ແຂວງໄຊຍະບູລີ

ກອງບັນຊາການ ປກສ ເມືອງບໍ່ແຕນ ລາຍງານໃຫ້ຮູ້ວ່າ: ເວລາ 19 ໂມງ 40 ນາທີ ຂອງໃນວັນທີ 05 ມັງກອນ 2025 ມີເຫດການຄາດຕະກຳ ເກີດຂື້ນຢູ່ງານແຕ່ງດອງ ບ້ານຕົ້ນຕານ ເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ມີ ທ້າວ ວິໄລ ຈັນທະວົງ ອາຍຸ 35 ປີ ອາຊີບ ປະຊາຊົນ ບ້ານຕົ້ນຕານ ເມືອງບໍ່ແຕນ ແຂວງ ໄຊຍະບູລີ ໃຊ້ປືນ (ດັດແປງມາຈາກປືນລູກອັດຍິງຕາປູ) ຍິງ ທ້າວ ທອງໃໝ່ ໄຊຍະລາດ ອາຍຸ 32 ປີ (ເຈົ້າບ່າວ ) ອາຊີບ ພະນັກງານຄູ (ອາສາສະໝັກ) ບ້ານໂພນໄຊ ເມືອງບໍ່ແຕນ ແຂວງ ໄຊຍະບູລີ ເສຍຊີວິດ ຢູ່ເຮືອນເຈົ້າສາວໃນບ້ານຕົ້ນຕານ, ເຈົ້າໜ້າທີ່ກວດພົບເຫັນຮອບລູກປືນເຂົ້າງ່ອນຂ້າງຫູເບື້ອງຊ້າຍ ຊອດອອກງ່ອນຂ້າງຫູເບື້ອງຂວາ. . ປະຈຸບັນ […]