ສຸມໃສ່ດຳເນີນການທົດແທນຄ່າເສຍຫາຍໃຫ້ຜູ້ໄດ້ຮັບຜົນກະທົບຈາກໂຄງການທາງລົດໄຟລາວ-ໄທ

ການດັດແກ້ໃບຕາດິນຂອງໂຄງການທາງລົດໄຟ ລາວ-ໄທ ມີຄວາມຊັກຊ້າເປັນອີກບັນຫາໜຶ່ງທີ່ ສະມາຊິກສະພາປະຊາຊົນນະຄອນຫຼວງ ໃຫ້ຄວາມສົນໃຈ ແລະ ໄດ້ຊັກຖາມໃນກອງປະຊຸມສະໄໝາສາມັນ ເທື່ອ 9 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ໃນວັນທີ 9 ກໍລະກົດ 2025. ຕໍ່ກັບບັນຫາດັ່ງກ່າວ ທ່ານ ອະໂນໄທ ຈັນທະລາສີ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ຊີ້ແຈງວ່າ ໂຄງການທາງລົດໄຟ ລາວ-ໄທ ແບ່ງອອກເປັນ 2 ໄລຍະຄື ໄລຍະທີ 1 ໄດ້ດໍາເນີນຊົດເຊີຍ ແລະ ດັດແກ້ໃບຕາດິນສໍາເລັດແລ້ວ ສ່ວນໄລຍະທີ 2 ທາງລົດໄຟມີຄວາມ 7,5 ກິໂລແມັດ ແລ່ນຜ່ານ 5 ບ້ານຄື ບ້ານນາຄວາຍໃຕ້ ບ້ານເມືອງນ້ອຍ ບ້ານສົມສະຫງ່າ ບ້ານໂນນຫວາຍ ແລະ ບ້ານຄໍາສະຫວາດ ໃນເບື້ອງຕົ້ນມີການກໍານົດເຂດສະຫງວນເບື້ອງລະ 40 ແມັດ ມີຈຳນວນຕອນດິນທີ່ຖືກຜົນກະທົບທັງໝົດ 288 […]
ແຈ້ງປັບລາຄານ້ຳມັນ ເລີ່ມປະຕິບັດ 06:00 ໂມງຂອງວັນທີ 26 ມິຖຸນາ 2025

ແຈ້ງປັບລາຄານ້ຳມັນ ເລີ່ມປະຕິບັດ 06:00 ໂມງຂອງວັນທີ 26 ມິຖຸນາ 2025 ຕາມແຈ້ງການຈາກ ກຊ ອຸດສະຫະກຳແລະການຄ້າ ເລກທີ 0693/ກຄພນ ລົງວັນທີ 25 ມຖ. 2025 ທີ່ມາ: ລັດວິສາຫະກິດ ນໍ້າມັນເຊຶ້ອໄຟລາວ (ລນລ)
ຊີ້ເເຈງກ່ຽວກັບການເກັບຄ່າບໍລິການຄວາມປອດໄພຈໍານວນເງິນ 3.000 ກີບ/ເດືອນ.

ການເກັບຄ່າຄວາມປອດໄພໂທລະຄົມມະນາຄົມ ແລະ ອິນເຕີເນັດ 3.000 ກີບ ຕໍ່ເດືອນໃນໄລຍະຜ່ານມາ ໄດ້ກາຍເປັນບັນຫາເຄັ່ງຮ້ອນ ເເລະ ຟົດເດືອດທີ່ສຸດ ທີ່ສັງຄົມໃຫ້ຄວາມສົນໃຈໃນປັດຈຸບັນ. ເນື່ອງຈາກມີຄວາມຂ້ອງໃຈວ່າເງິນຈໍານວນດັ່ງກ່າວທີ່ຕັດໄປຖ້າລວມກັນເເລ້ວມີມູນຄ່າເທົ່າໃດ, ຕົກໄປຢູ່ໃສ ເເລະ ນໍາໃຊ້ເຂົ້າໃນວຽກງານໃດ ເເລ້ວເປັນຫຍັງພາຍຫລັງທີ່ຊໍາລະເເລ້ວຍັງມີກຸ່ມແກ້ງສໍ້ໂກງທາງໂທລະຄົມ ຫລື ຄໍເຊັນເຕີ ລວມເຖີງບໍລິສັດເຊົ່າສີນເຊື່ອຈໍານວນຫນື່ງຍັງສາມາໂທມາລົບກວນໄດ້ຢູຕໍ່ກັບບັນຫາທີ່ເກີດຂື້ນ ທ່ານ ປະລີນຍາ ພົມມະວິເສດ ຮັກສາການຫົວຫນ້າກອງເລຂາ ກອງທຶນພັດທະນາໂທລະຄົມມະນາຄົມ ເເລະ ການຫັນເປັນດີຈີຕອນ ກະຊວງເຕັກໂນໂລຊີເເລະການສື່ສານ ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງເເຫ່ງຊາດລາວ ຢູ່ກະຊວງເຕັກໂນໂລຊີເເລະການສື່ສານໃນວັນທີ19 ມີຖຸນາ 2025 ນີ້ວ່າ: ການເກັບເງີນດັ່ງກ່າວ ແມ່ນຄ່າສິດໃນການຄຸ້ມຄອງກ່ຽວກັບວຽກງານໂທລະຄົມມະນາຄົມແລະອິນເຕີເນັດຊຶ່ງລັດຖະບານມີຄວາມຈໍາເປັນຕ້ອງໄດ້ນໍາໃຊ້ເຂົ້າໃນການພັດທະນາແລະປັບປຸງວຽກຕ່າງໆທີ່ຕິດພັນກັບການນໍາໃຊ້ການບໍລິການໂທລະຄົມມະນາຄົມແລະອິນເຕີເນັດໃຫ້ມີຄວາມສະຫງົບແລະປອດໄພ, ສໍາລັບເລກໝາຍໂທລະສັບທຸກປະເພດບໍລິການທີ່ມີເລກລະຫັດບໍລິການຂຶ້ນຕົ້ນດ້ວຍ 020 ແລະ 030 ທີ່ມີການນໍາໃຊ້ແມ່ນກຳນົດເກັບຄ່າຮັກສາຄວາມປອດໄພປະຈໍາເດືອນໃນອັດຕາ 3.000 ກີບຕໍ່ເດືອນຕໍ່ໜຶ່ງເລກໝາຍ,ສໍາລັບການບໍລິການອິນເຕີເນັດຜ່ານສາຍFTTx ແມ່ນກໍານົດເກັບຄ່າຮັກສາຄວາມປອດໄພປະຈໍາເດືອນໃນອັດຕາ 5.000 ກີບຕໍ່ເດືອນຕໍ່ໜຶ່ງລູກຄ້າ, ສໍາລັບຕໍ່ກັບຄໍາຖາມທີ່ສັງຄົມຕັ້ງຂື້ນພາຍຫລັງເກັບໄປແລ້ວເປັນຫຍັງຈື່ງມີກຸ່ມເເກ້ງສໍ້ໂກງທາງໂທລະຄົມ ຫລື ຄໍເຊັນເຕີ ລວມເຖີງບໍລິສັດເຊົ່າສີນເຊື່ອໂທມາລົບກວນນັ້ນຕໍ່ບັນຫານີ້ອາດປາສະຈາກບໍ່ໄດ້ ເນື່ອງຈາກວ່າບັນດາກຸ່ມຄົນເຫລົ່ານີີ້ໄດ້ຊອກຫາທຸກຊ່ອງທາງເພື່ອຫວັງສ້າງຄວາມບໍ່ສະຫງົບໃນສັງຄົມບໍ່ວ່າຈະຢູ່ປະເທດທີ່ຈະເລີນເເລ້ວກໍ່ມີເຫດການລັກສະນະນີ້ເກີດຂື້ນເຊັ່ນດຽວກັນ, ເເຕ່ໄລຍະຜ່ານມາໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງເເຈ້ງໄປຫາບັນດາທະນາຄານ ເເລະ ບໍລິສັດເຊົ່າສີນເຊື່ອໃຫ້ຢຸດຕີການໂທໄປລົບກວນຜູ້ຊົມໃຊ້,ສ່ວນການຮັກສາຄວາມປອດໄພຈາກກຸ່ມແກ້ງຄໍເຊັນເຕີນັ້ນ ປັດຈຸບັນໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງໂດຍສະເພາະກະຊວງປ້ອງກັນຄວາມສະຫງົບ,ສູນອີນເຕີເນັດເເຫ່ງຊາດ ຈະສ້າງຕັ້ງສູນຮັບເເຈ້ງຄວາມຕ້ານການເຮັດທຸລະກໍາຄວາມປອດໄພທາງໄຊເບີ ຂື້ນມາເພື່ອສະກັດກັ້ນບັນຫາຕ່າງໆທີ່ອາດຈະເກີດຂື້ນທາງໂທລະຄົມໄດ້ຢ່າງທັນການ. ສໍາລັບການສ້າງຕັ້ງກອງທຶນ […]
ຈີນຕັ້ງລາງວັນນຳຈັບແຮັກເກີທີ່ກ່ຽວຂ້ອງກັບໄຕ້ຫວັນຫຼາຍຄົນ

ທາງການຂອງເມືອງກວາງໂຈວ ໃນມົນທົນກວາງຕຸ້ງຂອງຈີນ ຕັ້ງລາງວັນນຳຈັບແຮັກເກີຍຫຼາຍກວ່າ 20 ຄົນ ທີ່ພະຍາຍາມໂຈມຕີທາງໄຊເບີກັບຫົວໜ່ວຍງານຫຼາຍແຫ່ງໃນປະເທດຈີນ ໂດຍມຸ່ງເປົ້າໄປທີ່ລະບົບເຄືອຂ່າຍສຳຄັນກວ່າ 1,000 ລະບົບ ໃນກວ່າ 10 ພື້ນທີ່ລະດັບມົນທົນທົ່ວແຜ່ນດິນໃຫຍ່ຂອງຈີນ ຊຶ່ງລວມເຖິງອຸດສາຫະກຳທາງທະຫານ ຫົວໜ່ວຍງານລັດຖະບານ ແລະ ພາກສ່ວນດ້ານພະລັງງານ ພະລັງນ້ຳ ແລະ ການຂົນສົ່ງ ຊຶ່ງທາງການຈີນເປີດເຜີຍວ່າແຮັກເກີທີ່ຖືກຕັ້ງລາງວັນນຳຈັບມີຄວາມກ່ຽວຂ້ອງກັບລັດຖະບານໄຕ້ຫວັນ ຊຶ່ງທາງການຈີນໄດ້ລວບລວມຂໍ້ມູນຂອງແຮັກເກີກຸ່ມນີ້ໄວ້ແລ້ວ ຊຶ່ງມີທັງຮູບຖ່າຍ ຊື່ ນາມສະກຸນ ແລະ ໝາຍເລກບັດປະຈຳຕົວ ທາງການເມືອງກວາງໂຈວ ບໍ່ໄດ້ລະບຸວ່າເງິນລາງວັນນຳຈັບແຮັກເກີກຸ່ມນີ້ ມີມູນຄ່າຫຼາຍເທົ່າໃດ ແຕ່ລະບຸວ່າແຮັກເກີກຸ່ມນີ້ໄດ້ຮັບການສະໜັບສະໜູນຈາກພັກປະຊາທິປະໄຕກ້າວໜ້າ ຫຼື ພັກ DPP ຊຶ່ງເປັນພັກລັດຖະບານຂອງໄຕ້ຫວັນ ແລະ ມີການຮ່ວມມືກັບທາງການສະຫະລັດ ທີ່ພະຍາຍາມໃຊ້ວິທີໂຈມຕີທາງໄຊເບີ້ກໍ່ກວນໃຫ້ເກີດຄວາມບໍ່ສະຫງົບໃນຈີນ ໂດຍທາງສະຫະລັດໄດ້ຊ່ວຍໄຕ້ຫວັນຝຶກແຮັກເກີ ໃຫ້ການສະໜັບສະໜູນດ້ານອຸປະກອນ ແລະ ເທັກໂນໂລຢີດ້ານການສື່ສານ ເພື່ອໃຊ້ໄຕ້ຫວັນເປັນຖານໂຈມຕີທາງໄຊເບີຕໍ່ປະເທດຈີນ ແນວໃດກໍຕາມ ທາງການໄຕ້ຫວັນປະຕິເສດຂໍ້ກ່າວຫາຂອງຈີນວ່າບໍ່ເປັນຄວາມຈິງ ແລະ ການທີ່ຈີນຕັ້ງລາງວັນນຳຈັບເປັນການສະແດງທ່າທີທີ່ບໍ່ເໝາະສົມ ແລະ ຫຍາບຄາຍ ທີ່ມີເປົ້າໝາຍຂົ່ມຂູ່ໄຕ້ຫວັນ ໂດຍທາງຈີນໃຫ້ຄວາມສຳຄັນກັບການປ້ອງກັນການໂຈມຕີທາງໄຊເບີເພີ່ມຫຼາຍຂຶ້ນ ເພາະເປັນຊ່ອງທາງການໂຈມຕີທີ່ຖືກພົບວ່າໃຊ້ຫຼາຍຂຶ້ນ ແລະ ອາດສ້າງຄວາມເສຍຫາຍຮຸນແຮງ ຖ້າຫາກບໍ່ມີການປ້ອງກັນຫຼືກະກຽມວິທີຮັບມືໄວ້ກ່ອນ