ການຕະຫຼາດ · ວຽງຈັນ
Content Creator (ຜູ້ສ້າງຄອນເທັນ)
ກ່ຽວກັບຕຳແໜ່ງ
ວາງແຜນ ແລະ ສ້າງຄອນເທັນປະຈຳວັນ (ໂພສ, ຮູບພາບ ແລະ ວິດີໂອສັ້ນ) ໃຫ້ EDS ແລະ ລູກຄ້າ ແລະ ລົງໃນເວັບໄຊ ແລະ ເພຈສື່ສັງຄົມ.
ໜ້າທີ່ຮັບຜິດຊອບ
- ວາງແຜນປະຕິທິນຄອນເທັນປະຈຳອາທິດ ແລະ ປະຈຳເດືອນ
- ຄົ້ນຄວ້າ, ຂຽນ ແລະ ແປເນື້ອຫາ ໂດຍໃຊ້ເຄື່ອງມື AI ຊ່ວຍ
- ຖ່າຍຮູບ ແລະ ວິດີໂອສັ້ນຢູ່ສະຖານທີ່
- ລາຍງານຜົນປະຈຳອາທິດ ແລະ ປະຈຳເດືອນ
- ວຽກອື່ນໆທີ່ຫົວໜ້າທີມມອບໝາຍ
ຄຸນສົມບັດ
- ຈົບມັດທະຍົມຕອນປາຍຂຶ້ນໄປ; ຍິນດີຕ້ອນຮັບນັກສຶກສາຈົບໃໝ່
- ມີທັກສະການຂຽນ ແລະ ການນຳສະເໜີທີ່ດີ
- ມີແນວຄິດສ້າງສັນ
- ເຂົ້າໃຈການຕະຫຼາດດິຈິຕອນ ແລະ ແພລດຟອມສື່ສັງຄົມ (Facebook, Instagram, TikTok, X)
- ໃຊ້ Canva ແລະ Microsoft Office ເປັນ
ວິທີສະໝັກ
ສົ່ງ CV, ລິ້ງຜົນງານ ແລະ ຂໍ້ຄວາມແນະນຳຕົວສັ້ນໆ ມາທີ່ support@eds.la.