ການຕະຫຼາດດິຈິຕອນ · ເວັບໄຊ · ເທັກໂນໂລຊີທຸລະກິດ · AI · ວຽງຈັນ

ຂະຫຍາຍ, ບໍລິຫານ ແລະ ຍົກລະດັບທຸລະກິດຂອງທ່ານ

ທີມງານດຽວໃນວຽງຈັນ ທີ່ຮັບຜິດຊອບທັງການຕະຫຼາດດິຈິຕອນ, ເວັບໄຊ, ເທັກໂນໂລຊີທຸລະກິດ ແລະ AI ໃຫ້ທ່ານ. ຊ່ວຍທຸລະກິດລາວມາຕັ້ງແຕ່ປີ 2013.

Modern Southeast Asian city skyline at dusk
ຕັ້ງແຕ່ປີ 2013ລູກຄ້າລາວ 19 ລາຍໃນເວັບໄຊButEvent · Sabaido

ໄດ້ຮັບຄວາມໄວ້ວາງໃຈຈາກທຸລະກິດ ແລະ ອົງກອນທົ່ວປະເທດລາວ

  • PDC3
  • BNI Laos
  • ສະມາຄົມນັກທຸລະກິດໜຸ່ມລາວ
  • ສະມາຄົມແບຣນດີເດັ່ນລາວ
  • K-TEC
  • Vientiane Post

ບັນຫາທີ່ເຮົາແກ້ໄຂ

ທຸລະກິດສ່ວນໃຫຍ່ບໍ່ໄດ້ຕ້ອງການເທັກໂນໂລຊີເພີ່ມ. ແຕ່ຕ້ອງການສິ່ງທີ່ຖືກຕ້ອງ ແລະ ເຮັດວຽກຮ່ວມກັນໄດ້.

ເຮົາເລີ່ມຈາກບັນຫາຂອງທຸລະກິດກ່ອນ, ຈາກນັ້ນຈຶ່ງເລືອກການຕະຫຼາດ, ລະບົບ ຫຼື AI ທີ່ແກ້ບັນຫານັ້ນໄດ້ແທ້. ແລະ ມີທີມດຽວຮັບຜິດຊອບຜົນໄດ້ຮັບຕະຫຼອດ.

ທຸກຢ່າງເຊື່ອມກັນແນວໃດ

ຄູ່ຮ່ວມງານດຽວ ສຳລັບທຸລະກິດດິຈິຕອນທັງໝົດຂອງທ່ານ

ແຕ່ລະຂັ້ນຕໍ່ຍອດຈາກຂັ້ນກ່ອນ. ການຕະຫຼາດນຳລູກຄ້າມາ, ເທັກໂນໂລຊີຊ່ວຍບໍລິຫານທຸລະກິດ, ແລະ AI ຊ່ວຍໃຫ້ຂະຫຍາຍໄດ້ໄວ ໂດຍທີມດຽວກັນດູແລທັງໝົດ.

01 · ຂະຫຍາຍ

ຫາລູກຄ້າໃໝ່

ໃຫ້ຄົນເຫັນ, ໃຫ້ຄົນສົນໃຈ ແລະ ໃຫ້ຄົນຕັດສິນໃຈຊື້.

SEO, SEO ທ້ອງຖິ່ນ, ໂຄສະນາ Facebook ແລະ Google, ສື່ສັງຄົມ, PR

ເວັບໄຊທຸລະກິດ, ອອກແບບໃໝ່, ດູແລເວັບໄຊ

02 · ບໍລິຫານ

ເຮັດວຽກໄດ້ຢ່າງມີປະສິດທິພາບ

ການເຮັດວຽກຮ່ວມກັນ, ຂໍ້ມູນລູກຄ້າ ແລະ ລະບົບໄອທີທີ່ໝັ້ນຄົງ.

Microsoft 365, ອີເມວທຸລະກິດ, CRM, ຊອບແວທຸລະກິດ

ແຜນຍຸດທະສາດໄອທີ, ການປະເມີນລະບົບ, ການບໍລິຫານໂຄງການ

03 · ຍົກລະດັບ

ປ່ຽນແປງ ແລະ ຂະຫຍາຍ

ລະບົບອັດຕະໂນມັດ ແລະ AI ທີ່ສ້າງຄຸນຄ່າໃຫ້ທຸລະກິດຢ່າງຊັດເຈນ.

AI Chatbot, ລະບົບອັດຕະໂນມັດທຸລະກິດ, ຝຶກອົບຮົມ AI

ການຫັນເປັນດິຈິຕອນ

ແຜນງານທີ່ເຊື່ອມເທັກໂນໂລຊີເຂົ້າກັບເປົ້າໝາຍ (ກຳລັງຈະມາ)

01ຂະຫຍາຍ — ການຕະຫຼາດດິຈິຕອນ ແລະ ເວັບໄຊ

ການຕະຫຼາດທີ່ນຳລູກຄ້າຕົວຈິງມາໃຫ້ ບໍ່ແມ່ນພຽງແຕ່ຍອດໄລຄ໌

ວາງແຜນ, ດຳເນີນງານ ແລະ ລາຍງານຜົນ ໂດຍທີມງານໃນວຽງຈັນ ທີ່ເຂົ້າໃຈວ່າລູກຄ້າໃນລາວຄົ້ນຫາ, ເລື່ອນເບິ່ງ ແລະ ຕັດສິນໃຈຊື້ແນວໃດ.

A marketing team planning work together in a modern office
ການສ້າງຄອນເທັນສື່ສັງຄົມດ້ວຍສະມາດໂຟນ
ການວິເຄາະຜົນການຄົ້ນຫາ ແລະ ປະສິດທິພາບເທິງຄອມພິວເຕີ
02ບໍລິຫານ — ເທັກໂນໂລຊີທຸລະກິດ ແລະ ໄອທີ

ລະບົບທີ່ທີມຂອງທ່ານເພິ່ງພາໄດ້ທຸກມື້

ອີເມວທຸລະກິດ, ເຄື່ອງມືເຮັດວຽກຮ່ວມກັນ, ຂໍ້ມູນລູກຄ້າ ແລະ ແຜນງານໄອທີ ທີ່ຕິດຕັ້ງຢ່າງຖືກຕ້ອງ ແລະ ມີທີມງານທ້ອງຖິ່ນຄອຍຊ່ວຍເຫຼືອ.

03ຍົກລະດັບ — AI ແລະ ລະບົບອັດຕະໂນມັດ

AI ທີ່ໃຊ້ໄດ້ແທ້: ເລີ່ມຈາກວຽກດຽວ ແລ້ວຂະຫຍາຍສິ່ງທີ່ໄດ້ຜົນ

ເຮົາເບິ່ງຂັ້ນຕອນການເຮັດວຽກຕົວຈິງຂອງທ່ານ, ເຮັດໃຫ້ສ່ວນທີ່ຊ້ຳໆເປັນອັດຕະໂນມັດ ແລະ ຝຶກທີມຂອງທ່ານໃຫ້ໃຊ້ງານເອງໄດ້. ບໍ່ໂອ້ອວດ ແລະ ບໍ່ມີຫຍັງລັບລົມຄົມໃນ.

ຕົວຢ່າງຂັ້ນຕອນການເຮັດວຽກ · ເພື່ອປະກອບການອະທິບາຍ

ຜົນງານທີ່ຄັດເລືອກ

ສິ່ງທີ່ເຮົາສ້າງ, ແກ້ໄຂ ແລະ ສົ່ງມອບແທ້

ແຕ່ລະກໍລະນີສຶກສາ ບອກວ່າລູກຄ້າແມ່ນໃຜ, ບັນຫາແມ່ນຫຍັງ, EDS ເຮັດຫຍັງ ແລະ ມີຫຼັກຖານຫຍັງແດ່. ເຮົາເຜີຍແຜ່ສະເພາະຜົນທີ່ລູກຄ້າອະນຸມັດເທົ່ານັ້ນ.

ແພລດຟອມຂາຍປີ້ ButEvent ສະແດງງານອີເວັນໃນລາວ

ButEvent · ງານອີເວັນ ແລະ ການຂາຍປີ້ · ພັດທະນາໂດຍ EDS

ຜູ້ຈັດງານສ້າງງານອີເວັນ, ຂາຍປີ້ຫຼາຍປະເພດ ແລະ ປີ້ຟຣີ, ແລະ ເຊັກອິນແຂກດ້ວຍແອັບສະແກນປີ້ໃນມືຖື. ໃຊ້ງານຜ່ານ butevent.com ຫຼື ມີເວັບໄຊຂາຍປີ້ເປັນຂອງຕົນເອງດ້ວຍລິຂະສິດ.

ອຸດສາຫະກຳ
ງານອີເວັນ ແລະ ສະມາຄົມ
ບໍລິການ
ຊອບແວທຸລະກິດ
ປະເພດ
ພັດທະນາຜະລິດຕະພັນ

ຜະລິດຕະພັນ

ແພລດຟອມທີ່ EDS ພັດທະນາ

ຊອບແວຂອງເຮົາເອງ: ຫຼັກຖານວ່າເຮົາອອກແບບ, ສ້າງ ແລະ ດຳເນີນລະບົບຕົວຈິງໄດ້.

ຂໍ້ເທັດຈິງ ບໍ່ແມ່ນຄຳໂຄສະນາ

2013

ສ້າງຕັ້ງທີ່ວຽງຈັນ

19

ລູກຄ້າລາວທີ່ສະແດງໃນເວັບໄຊ

2

ແພລດຟອມທີ່ສ້າງ ແລະ ດຳເນີນການເອງ

ກີບ

ລາຄາແພັກເກດທີ່ເປີດເຜີຍຊັດເຈນ

ຟຣີ ແລະ ບໍ່ມີຂໍ້ຜູກມັດ

ມາເບິ່ງວ່າທຸລະກິດຂອງທ່ານ ຈະເຕີບໂຕຕໍ່ໄດ້ຢູ່ຈຸດໃດ

ຂັ້ນຕອນຕໍ່ໄປ

  1. ບອກເຮົາກ່ຽວກັບທຸລະກິດຂອງທ່ານ (ປະມານ 2 ນາທີ)
  2. ເຮົາກວດເບິ່ງເວັບໄຊ, ການສະແດງຜົນໃນ Google, ສື່ສັງຄົມ ແລະ ເຄື່ອງມືທີ່ທ່ານໃຊ້
  3. ທ່ານໄດ້ຮັບຄຳແນະນຳທີ່ຊັດເຈນ ແລະ ຈັດລຳດັບຄວາມສຳຄັນແລ້ວ ພາຍໃນ 24 ຊົ່ວໂມງ (ວັນຈັນ–ສຸກ)