ຊີ້ເເຈງກ່ຽວກັບການເກັບຄ່າບໍລິການຄວາມປອດໄພຈໍານວນເງິນ 3.000 ກີບ/ເດືອນ.

ການເກັບຄ່າຄວາມປອດໄພໂທລະຄົມມະນາຄົມ ແລະ ອິນເຕີເນັດ 3.000 ກີບ ຕໍ່ເດືອນໃນໄລຍະຜ່ານມາ ໄດ້ກາຍເປັນບັນຫາເຄັ່ງຮ້ອນ ເເລະ ຟົດເດືອດທີ່ສຸດ ທີ່ສັງຄົມໃຫ້ຄວາມສົນໃຈໃນປັດຈຸບັນ. ເນື່ອງຈາກມີຄວາມຂ້ອງໃຈວ່າເງິນຈໍານວນດັ່ງກ່າວທີ່ຕັດໄປຖ້າລວມກັນເເລ້ວມີມູນຄ່າເທົ່າໃດ, ຕົກໄປຢູ່ໃສ ເເລະ ນໍາໃຊ້ເຂົ້າໃນວຽກງານໃດ ເເລ້ວເປັນຫຍັງພາຍຫລັງທີ່ຊໍາລະເເລ້ວຍັງມີກຸ່ມແກ້ງສໍ້ໂກງທາງໂທລະຄົມ ຫລື ຄໍເຊັນເຕີ ລວມເຖີງບໍລິສັດເຊົ່າສີນເຊື່ອຈໍານວນຫນື່ງຍັງສາມາໂທມາລົບກວນໄດ້ຢູຕໍ່ກັບບັນຫາທີ່ເກີດຂື້ນ ທ່ານ ປະລີນຍາ ພົມມະວິເສດ ຮັກສາການຫົວຫນ້າກອງເລຂາ ກອງທຶນພັດທະນາໂທລະຄົມມະນາຄົມ ເເລະ ການຫັນເປັນດີຈີຕອນ ກະຊວງເຕັກໂນໂລຊີເເລະການສື່ສານ ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງເເຫ່ງຊາດລາວ ຢູ່ກະຊວງເຕັກໂນໂລຊີເເລະການສື່ສານໃນວັນທີ19 ມີຖຸນາ 2025 ນີ້ວ່າ: ການເກັບເງີນດັ່ງກ່າວ ແມ່ນຄ່າສິດໃນການຄຸ້ມຄອງກ່ຽວກັບວຽກງານໂທລະຄົມມະນາຄົມແລະອິນເຕີເນັດຊຶ່ງລັດຖະບານມີຄວາມຈໍາເປັນຕ້ອງໄດ້ນໍາໃຊ້ເຂົ້າໃນການພັດທະນາແລະປັບປຸງວຽກຕ່າງໆທີ່ຕິດພັນກັບການນໍາໃຊ້ການບໍລິການໂທລະຄົມມະນາຄົມແລະອິນເຕີເນັດໃຫ້ມີຄວາມສະຫງົບແລະປອດໄພ, ສໍາລັບເລກໝາຍໂທລະສັບທຸກປະເພດບໍລິການທີ່ມີເລກລະຫັດບໍລິການຂຶ້ນຕົ້ນດ້ວຍ 020 ແລະ 030 ທີ່ມີການນໍາໃຊ້ແມ່ນກຳນົດເກັບຄ່າຮັກສາຄວາມປອດໄພປະຈໍາເດືອນໃນອັດຕາ 3.000 ກີບຕໍ່ເດືອນຕໍ່ໜຶ່ງເລກໝາຍ,ສໍາລັບການບໍລິການອິນເຕີເນັດຜ່ານສາຍFTTx ແມ່ນກໍານົດເກັບຄ່າຮັກສາຄວາມປອດໄພປະຈໍາເດືອນໃນອັດຕາ 5.000 ກີບຕໍ່ເດືອນຕໍ່ໜຶ່ງລູກຄ້າ, ສໍາລັບຕໍ່ກັບຄໍາຖາມທີ່ສັງຄົມຕັ້ງຂື້ນພາຍຫລັງເກັບໄປແລ້ວເປັນຫຍັງຈື່ງມີກຸ່ມເເກ້ງສໍ້ໂກງທາງໂທລະຄົມ ຫລື ຄໍເຊັນເຕີ ລວມເຖີງບໍລິສັດເຊົ່າສີນເຊື່ອໂທມາລົບກວນນັ້ນຕໍ່ບັນຫານີ້ອາດປາສະຈາກບໍ່ໄດ້ ເນື່ອງຈາກວ່າບັນດາກຸ່ມຄົນເຫລົ່ານີີ້ໄດ້ຊອກຫາທຸກຊ່ອງທາງເພື່ອຫວັງສ້າງຄວາມບໍ່ສະຫງົບໃນສັງຄົມບໍ່ວ່າຈະຢູ່ປະເທດທີ່ຈະເລີນເເລ້ວກໍ່ມີເຫດການລັກສະນະນີ້ເກີດຂື້ນເຊັ່ນດຽວກັນ, ເເຕ່ໄລຍະຜ່ານມາໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງເເຈ້ງໄປຫາບັນດາທະນາຄານ ເເລະ ບໍລິສັດເຊົ່າສີນເຊື່ອໃຫ້ຢຸດຕີການໂທໄປລົບກວນຜູ້ຊົມໃຊ້,ສ່ວນການຮັກສາຄວາມປອດໄພຈາກກຸ່ມແກ້ງຄໍເຊັນເຕີນັ້ນ ປັດຈຸບັນໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງໂດຍສະເພາະກະຊວງປ້ອງກັນຄວາມສະຫງົບ,ສູນອີນເຕີເນັດເເຫ່ງຊາດ ຈະສ້າງຕັ້ງສູນຮັບເເຈ້ງຄວາມຕ້ານການເຮັດທຸລະກໍາຄວາມປອດໄພທາງໄຊເບີ ຂື້ນມາເພື່ອສະກັດກັ້ນບັນຫາຕ່າງໆທີ່ອາດຈະເກີດຂື້ນທາງໂທລະຄົມໄດ້ຢ່າງທັນການ. ສໍາລັບການສ້າງຕັ້ງກອງທຶນ […]