ບໍລິສັດ Emerging Digital Solutions ໄດ້ສະໜັບສະໜູນ ຈັດກອງປະຊຸມເຝິກອົບຮົມໃນຫົວຂໍ້ “ໄວໝຸ່ມຍຸກໃໝ່ເຂົ້າໃຈ, ໃຊ້ເປັນຮູ້ທັນ AI”

ເພື່ອເຮັດໄວໜຸ່ມໄດ້ຮຽນຮູ້ ແລະ ເຂົ້າໃຈການນຳໃຊ້ເທັກໂນໂລຊີສະໄໝໂດຍສະເພາະແມ່ນກ່ຽວກັບວຽກງານ AI ໃຫ້ເລິກເຊິ່ງຍິ່ງຂຶ້ນ ໃນວັນທີ 25 ມິຖຸນາ 2025, ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມເຝິກອົບຮົມໃນຫົວຂໍ້ “ໄວໝຸ່ມຍຸກໃໝ່ເຂົ້າໃຈ, ໃຊ້ເປັນຮູ້ທັນ AI” ທີ່ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ (ສລຍ), ໂດຍການນຳສະເໜີຂອງທ່ານ ປອ. ສົມສັກ ອິນທະສອນ ຮອງຄະນະບໍດີ ຄະນະວິທະຍາສາດທຳມະຊາດ (ຄວທ), ໂດຍມີສະຫາຍ ນາງ ເພັດສະໝອນ ແກ້ວໂສພາ ເລຂາຄະນະບໍລິຫານງານຊາວໜຸ່ມ ມຊ, ມີຮາກຖານຊາວໜຸ່ມທີ່ຂຶ້ນກັບ ມຊ, ສະມາຊິກຊາວໜຸ່ມທີ່ເປັນພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ. ສຳລັບການເຝິກອົບຮົມໃນຄັ້ງນີ້ຜູ້ເຂົ້າຮ່ວມຈະໄດ້ຮູ້ກ່ຽວກັບເຄື່ອງມື AI ທີ່ນຳໃຊ້ໃນໃນປັດຈຸບັນ, ບົດບາດຄວາມສຳຄັນຂອງ AI ລວມເຖິງຜົນດີ ແລະຄວາມສ່ຽງຂອງການນໍາໃຊ້, ເຊິ່ງໃນຍຸກປັດບັນຫຼາຍຄົນສາມາດເຂົ້າເຖິງເທັກໂນໂລຊີໂດຍຜ່ານອິນເຕີເນັດໄດ້ຢ່າງງ່າຍດາຍໂດຍສະເພາະກໍແມ່ນໄວໝຸ່ມ ການຮູ້ຈັກນຳເທັກໂນໂລຊີ AI ໃຫ້ຖືກຕ້ອງຖືເປັນເລື່ອງສຳຄັນໃນປັດຈຸບັນ. ພ້ອມນັ້ນ ຜູ້ເຂົ້າຮ່ວມຍັງໄດ້ແລກປ່ຽນ ຄວາມຄິດເຫັນ ແລະສອບຖາມອີກດ້ວຍ.

ແຈ້ງປັບລາຄານ້ຳມັນ ເລີ່ມປະຕິບັດ 06:00 ໂມງຂອງວັນທີ 26 ມິຖຸນາ 2025

ແຈ້ງປັບລາຄານ້ຳມັນ ເລີ່ມປະຕິບັດ 06:00 ໂມງຂອງວັນທີ 26 ມິຖຸນາ 2025 ຕາມແຈ້ງການຈາກ ກຊ ອຸດສະຫະກຳແລະການຄ້າ ເລກທີ 0693/ກຄພນ ລົງວັນທີ 25 ມຖ. 2025 ທີ່ມາ: ລັດວິສາຫະກິດ ນໍ້າມັນເຊຶ້ອໄຟລາວ (ລນລ)

ຊີ້ເເຈງກ່ຽວກັບການເກັບຄ່າບໍລິການຄວາມປອດໄພຈໍານວນເງິນ 3.000 ກີບ/ເດືອນ.

ການເກັບຄ່າຄວາມປອດໄພໂທລະຄົມມະນາຄົມ ແລະ ອິນເຕີເນັດ 3.000 ກີບ ຕໍ່ເດືອນໃນໄລຍະຜ່ານມາ ໄດ້ກາຍເປັນບັນຫາເຄັ່ງຮ້ອນ ເເລະ ຟົດເດືອດທີ່ສຸດ ທີ່ສັງຄົມໃຫ້ຄວາມສົນໃຈໃນປັດຈຸບັນ. ເນື່ອງຈາກມີຄວາມຂ້ອງໃຈວ່າເງິນຈໍານວນດັ່ງກ່າວທີ່ຕັດໄປຖ້າລວມກັນເເລ້ວມີມູນຄ່າເທົ່າໃດ, ຕົກໄປຢູ່ໃສ ເເລະ ນໍາໃຊ້ເຂົ້າໃນວຽກງານໃດ ເເລ້ວເປັນຫຍັງພາຍຫລັງທີ່ຊໍາລະເເລ້ວຍັງມີກຸ່ມແກ້ງສໍ້ໂກງທາງໂທລະຄົມ ຫລື ຄໍເຊັນເຕີ ລວມເຖີງບໍລິສັດເຊົ່າສີນເຊື່ອຈໍານວນຫນື່ງຍັງສາມາໂທມາລົບກວນໄດ້ຢູຕໍ່ກັບບັນຫາທີ່ເກີດຂື້ນ ທ່ານ ປະລີນຍາ ພົມມະວິເສດ ຮັກສາການຫົວຫນ້າກອງເລຂາ ກອງທຶນພັດທະນາໂທລະຄົມມະນາຄົມ ເເລະ ການຫັນເປັນດີຈີຕອນ ກະຊວງເຕັກໂນໂລຊີເເລະການສື່ສານ ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງເເຫ່ງຊາດລາວ ຢູ່ກະຊວງເຕັກໂນໂລຊີເເລະການສື່ສານໃນວັນທີ19 ມີຖຸນາ 2025 ນີ້ວ່າ: ການເກັບເງີນດັ່ງກ່າວ ແມ່ນຄ່າສິດໃນການຄຸ້ມຄອງກ່ຽວກັບວຽກງານໂທລະຄົມມະນາຄົມແລະອິນເຕີເນັດຊຶ່ງລັດຖະບານມີຄວາມຈໍາເປັນຕ້ອງໄດ້ນໍາໃຊ້ເຂົ້າໃນການພັດທະນາແລະປັບປຸງວຽກຕ່າງໆທີ່ຕິດພັນກັບການນໍາໃຊ້ການບໍລິການໂທລະຄົມມະນາຄົມແລະອິນເຕີເນັດໃຫ້ມີຄວາມສະຫງົບແລະປອດໄພ, ສໍາລັບເລກໝາຍໂທລະສັບທຸກປະເພດບໍລິການທີ່ມີເລກລະຫັດບໍລິການຂຶ້ນຕົ້ນດ້ວຍ 020 ແລະ 030 ທີ່ມີການນໍາໃຊ້ແມ່ນກຳນົດເກັບຄ່າຮັກສາຄວາມປອດໄພປະຈໍາເດືອນໃນອັດຕາ 3.000 ກີບຕໍ່ເດືອນຕໍ່ໜຶ່ງເລກໝາຍ,ສໍາລັບການບໍລິການອິນເຕີເນັດຜ່ານສາຍFTTx ແມ່ນກໍານົດເກັບຄ່າຮັກສາຄວາມປອດໄພປະຈໍາເດືອນໃນອັດຕາ 5.000 ກີບຕໍ່ເດືອນຕໍ່ໜຶ່ງລູກຄ້າ, ສໍາລັບຕໍ່ກັບຄໍາຖາມທີ່ສັງຄົມຕັ້ງຂື້ນພາຍຫລັງເກັບໄປແລ້ວເປັນຫຍັງຈື່ງມີກຸ່ມເເກ້ງສໍ້ໂກງທາງໂທລະຄົມ ຫລື ຄໍເຊັນເຕີ ລວມເຖີງບໍລິສັດເຊົ່າສີນເຊື່ອໂທມາລົບກວນນັ້ນຕໍ່ບັນຫານີ້ອາດປາສະຈາກບໍ່ໄດ້ ເນື່ອງຈາກວ່າບັນດາກຸ່ມຄົນເຫລົ່ານີີ້ໄດ້ຊອກຫາທຸກຊ່ອງທາງເພື່ອຫວັງສ້າງຄວາມບໍ່ສະຫງົບໃນສັງຄົມບໍ່ວ່າຈະຢູ່ປະເທດທີ່ຈະເລີນເເລ້ວກໍ່ມີເຫດການລັກສະນະນີ້ເກີດຂື້ນເຊັ່ນດຽວກັນ, ເເຕ່ໄລຍະຜ່ານມາໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງເເຈ້ງໄປຫາບັນດາທະນາຄານ ເເລະ ບໍລິສັດເຊົ່າສີນເຊື່ອໃຫ້ຢຸດຕີການໂທໄປລົບກວນຜູ້ຊົມໃຊ້,ສ່ວນການຮັກສາຄວາມປອດໄພຈາກກຸ່ມແກ້ງຄໍເຊັນເຕີນັ້ນ ປັດຈຸບັນໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງໂດຍສະເພາະກະຊວງປ້ອງກັນຄວາມສະຫງົບ,ສູນອີນເຕີເນັດເເຫ່ງຊາດ ຈະສ້າງຕັ້ງສູນຮັບເເຈ້ງຄວາມຕ້ານການເຮັດທຸລະກໍາຄວາມປອດໄພທາງໄຊເບີ ຂື້ນມາເພື່ອສະກັດກັ້ນບັນຫາຕ່າງໆທີ່ອາດຈະເກີດຂື້ນທາງໂທລະຄົມໄດ້ຢ່າງທັນການ. ສໍາລັບການສ້າງຕັ້ງກອງທຶນ […]

ຈີນຕັ້ງລາງວັນນຳຈັບແຮັກເກີທີ່ກ່ຽວຂ້ອງກັບໄຕ້ຫວັນຫຼາຍຄົນ

ທາງການຂອງເມືອງກວາງໂຈວ ໃນມົນທົນກວາງຕຸ້ງຂອງຈີນ ຕັ້ງລາງວັນນຳຈັບແຮັກເກີຍຫຼາຍກວ່າ 20 ຄົນ ທີ່ພະຍາຍາມໂຈມຕີທາງໄຊເບີກັບຫົວໜ່ວຍງານຫຼາຍແຫ່ງໃນປະເທດຈີນ ໂດຍມຸ່ງເປົ້າໄປທີ່ລະບົບເຄືອຂ່າຍສຳຄັນກວ່າ 1,000 ລະບົບ ໃນກວ່າ 10 ພື້ນທີ່ລະດັບມົນທົນທົ່ວແຜ່ນດິນໃຫຍ່ຂອງຈີນ ຊຶ່ງລວມເຖິງອຸດສາຫະກຳທາງທະຫານ ຫົວໜ່ວຍງານລັດຖະບານ ແລະ ພາກສ່ວນດ້ານພະລັງງານ ພະລັງນ້ຳ ແລະ ການຂົນສົ່ງ ຊຶ່ງທາງການຈີນເປີດເຜີຍວ່າແຮັກເກີທີ່ຖືກຕັ້ງລາງວັນນຳຈັບມີຄວາມກ່ຽວຂ້ອງກັບລັດຖະບານໄຕ້ຫວັນ ຊຶ່ງທາງການຈີນໄດ້ລວບລວມຂໍ້ມູນຂອງແຮັກເກີກຸ່ມນີ້ໄວ້ແລ້ວ ຊຶ່ງມີທັງຮູບຖ່າຍ ຊື່ ນາມສະກຸນ ແລະ ໝາຍເລກບັດປະຈຳຕົວ ທາງການເມືອງກວາງໂຈວ ບໍ່ໄດ້ລະບຸວ່າເງິນລາງວັນນຳຈັບແຮັກເກີກຸ່ມນີ້ ມີມູນຄ່າຫຼາຍເທົ່າໃດ ແຕ່ລະບຸວ່າແຮັກເກີກຸ່ມນີ້ໄດ້ຮັບການສະໜັບສະໜູນຈາກພັກປະຊາທິປະໄຕກ້າວໜ້າ ຫຼື ພັກ DPP ຊຶ່ງເປັນພັກລັດຖະບານຂອງໄຕ້ຫວັນ ແລະ ມີການຮ່ວມມືກັບທາງການສະຫະລັດ ທີ່ພະຍາຍາມໃຊ້ວິທີໂຈມຕີທາງໄຊເບີ້ກໍ່ກວນໃຫ້ເກີດຄວາມບໍ່ສະຫງົບໃນຈີນ ໂດຍທາງສະຫະລັດໄດ້ຊ່ວຍໄຕ້ຫວັນຝຶກແຮັກເກີ ໃຫ້ການສະໜັບສະໜູນດ້ານອຸປະກອນ ແລະ ເທັກໂນໂລຢີດ້ານການສື່ສານ ເພື່ອໃຊ້ໄຕ້ຫວັນເປັນຖານໂຈມຕີທາງໄຊເບີຕໍ່ປະເທດຈີນ ແນວໃດກໍຕາມ ທາງການໄຕ້ຫວັນປະຕິເສດຂໍ້ກ່າວຫາຂອງຈີນວ່າບໍ່ເປັນຄວາມຈິງ ແລະ ການທີ່ຈີນຕັ້ງລາງວັນນຳຈັບເປັນການສະແດງທ່າທີທີ່ບໍ່ເໝາະສົມ ແລະ ຫຍາບຄາຍ ທີ່ມີເປົ້າໝາຍຂົ່ມຂູ່ໄຕ້ຫວັນ ໂດຍທາງຈີນໃຫ້ຄວາມສຳຄັນກັບການປ້ອງກັນການໂຈມຕີທາງໄຊເບີເພີ່ມຫຼາຍຂຶ້ນ ເພາະເປັນຊ່ອງທາງການໂຈມຕີທີ່ຖືກພົບວ່າໃຊ້ຫຼາຍຂຶ້ນ ແລະ ອາດສ້າງຄວາມເສຍຫາຍຮຸນແຮງ ຖ້າຫາກບໍ່ມີການປ້ອງກັນຫຼືກະກຽມວິທີຮັບມືໄວ້ກ່ອນ

The Complete Guide to Brand Awareness: How Strong Recognition Drives Business Growth

In today’s competitive digital landscape, having a great product or service isn’t enough. Your business needs something more powerful: brand awareness. This invisible yet invaluable asset can be the difference between thriving and merely surviving in your market. At Emerging Digital Solutions, we’ve helped countless businesses in Laos and across Southeast Asia build stronger brand […]

Ever thought email marketing is outdated? Think again.

In January 2021, I had just 123 email subscribers. For months, I was paying $15/month for an email tool I wasn’t even using. I was about to cancel it, but something told me to give it one last shot. I wrote a heartfelt, story-driven email sharing my breakthrough moment and hit SEND. To my surprise, […]

What it’s importance to build a website for business

A website serves as a crucial tool for businesses to establish a strong online presence. Customers primarily search for products and services online in today’s digital age. Having a website allows businesses to showcase their offerings, provide information about their brand, and engage with potential customers on a global scale. A professional and creative web developer can […]