ເພື່ອເຮັດໄວໜຸ່ມໄດ້ຮຽນຮູ້ ແລະ ເຂົ້າໃຈການນຳໃຊ້ເທັກໂນໂລຊີສະໄໝໂດຍສະເພາະແມ່ນກ່ຽວກັບວຽກງານ AI ໃຫ້ເລິກເຊິ່ງຍິ່ງຂຶ້ນ ໃນວັນທີ 25 ມິຖຸນາ 2025, ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມເຝິກອົບຮົມໃນຫົວຂໍ້ “ໄວໝຸ່ມຍຸກໃໝ່ເຂົ້າໃຈ, ໃຊ້ເປັນຮູ້ທັນ AI” ທີ່ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ (ສລຍ), ໂດຍການນຳສະເໜີຂອງທ່ານ ປອ. ສົມສັກ ອິນທະສອນ ຮອງຄະນະບໍດີ ຄະນະວິທະຍາສາດທຳມະຊາດ (ຄວທ), ໂດຍມີສະຫາຍ ນາງ ເພັດສະໝອນ ແກ້ວໂສພາ ເລຂາຄະນະບໍລິຫານງານຊາວໜຸ່ມ ມຊ, ມີຮາກຖານຊາວໜຸ່ມທີ່ຂຶ້ນກັບ ມຊ, ສະມາຊິກຊາວໜຸ່ມທີ່ເປັນພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ.
ສຳລັບການເຝິກອົບຮົມໃນຄັ້ງນີ້ຜູ້ເຂົ້າຮ່ວມຈະໄດ້ຮູ້ກ່ຽວກັບເຄື່ອງມື AI ທີ່ນຳໃຊ້ໃນໃນປັດຈຸບັນ, ບົດບາດຄວາມສຳຄັນຂອງ AI ລວມເຖິງຜົນດີ ແລະຄວາມສ່ຽງຂອງການນໍາໃຊ້, ເຊິ່ງໃນຍຸກປັດບັນຫຼາຍຄົນສາມາດເຂົ້າເຖິງເທັກໂນໂລຊີໂດຍຜ່ານອິນເຕີເນັດໄດ້ຢ່າງງ່າຍດາຍໂດຍສະເພາະກໍແມ່ນໄວໝຸ່ມ ການຮູ້ຈັກນຳເທັກໂນໂລຊີ AI ໃຫ້ຖືກຕ້ອງຖືເປັນເລື່ອງສຳຄັນໃນປັດຈຸບັນ. ພ້ອມນັ້ນ ຜູ້ເຂົ້າຮ່ວມຍັງໄດ້ແລກປ່ຽນ ຄວາມຄິດເຫັນ ແລະສອບຖາມອີກດ້ວຍ.









