ໃນວັນທີ 28 ກໍລະກົດ 2025 ເວລາປະມານ 14:30 ເຈົ້າໜ້າທີ່ປະຕິບັດການພິດເສດສະເພາະກິດ ຮ່ວມກັບຫຼາຍໜ່ວຍງານ ທັງໄທ ແລະ ລາວ ກວດຍຶດຢາບ້າເກືອບ 1 ລ້ານເມັດ ທີ່ເຊື່ອງໄວ້ໃນກະເປົາ ຈໍານວນ 10 ໜ່ວຍ, ມູນຄ່າເກືອບ 29ລ້ານບາດຢູ່ລົດຂົນສົ່ງສິນຄ້າຈາກ ສປປ ລາວ ຢູ່ທີ່ດ່ານມິດຕະພາບລາວ-ໄທ ຈັງຫວັດໜອງຄາຍ ສ່ວນຄົນຂັບຫຼົບໜີໄປໄດ້.

ຕາມການລາຍງານຂອງຕໍາຫຼວດໃຫ້ຮູ້ວ່າ: ໄດ້ຮັບແຈ້ງຄວາມຈາກຜູ້ແຈ້ງຂ່າວວ່າ ມີການລັກລອບຂົນສົ່ງຢາບ້າໄປສົ່ງຢູ່ເຂດພາຍໃນ ແລະ ເມື່ອມາຮອດດ່ານຊາຍແດນໜອງຄາຍ ເຈົ້າໜ້າທີ່ໄດ້ໃຫ້ສັນຍານຢຸດລົດເພື່ອກວດກາ.

ຄົນຂັບລົດ ແລະ ພະນັກງານຄົນລາວ ອາໄສຕອນທີ່ເຈົ້າໜ້າທີ່ກວດຄົ້ນລົດ ເອົາໂຕຫຼົບໜີ

ຈາກການກວດກາພາຍໃນລົດບັນທຸກ ພົບເຫັນຢາບ້າທີ່ຊຸກເຊື່ອງໄວ້ໃນກະເປົາເດີນທາງຢູ່ຫຼັງລົດຂົນເຄື່ອງ ລວມທັງຂອງກາງເປັນຢາບ້າ 996,000 ເມັດ.

ເບື້ອງຕົ້ນ, ພົບເຫັນເອກະສານການເດີນທາງຂອງຜູ້ຂັບຂີ່ ແລະ ພະນັກງານຄົນລາວ, ຈຶ່ງໄດ້ຍຶດພ້ອມຂອງກາງຢາບ້າ ໄວ້ເປັນຫຼັກຖານເພື່ອສືບຕໍ່ຂະຫຍາຍຜົນ.

78 Responses

  1. Nice blog here Also your site loads up very fast What host are you using Can I get your affiliate link to your host I wish my site loaded up as quickly as yours lol

  2. Hi Neat post There is a problem along with your website in internet explorer would test this IE still is the market chief and a good section of other folks will pass over your magnificent writing due to this problem

Leave a Reply

Your email address will not be published. Required fields are marked *