ທາງການຂອງເມືອງກວາງໂຈວ ໃນມົນທົນກວາງຕຸ້ງຂອງຈີນ ຕັ້ງລາງວັນນຳຈັບແຮັກເກີຍຫຼາຍກວ່າ 20 ຄົນ

ທີ່ພະຍາຍາມໂຈມຕີທາງໄຊເບີກັບຫົວໜ່ວຍງານຫຼາຍແຫ່ງໃນປະເທດຈີນ ໂດຍມຸ່ງເປົ້າໄປທີ່ລະບົບເຄືອຂ່າຍສຳຄັນກວ່າ 1,000 ລະບົບ ໃນກວ່າ 10 ພື້ນທີ່ລະດັບມົນທົນທົ່ວແຜ່ນດິນໃຫຍ່ຂອງຈີນ
ຊຶ່ງລວມເຖິງອຸດສາຫະກຳທາງທະຫານ ຫົວໜ່ວຍງານລັດຖະບານ ແລະ ພາກສ່ວນດ້ານພະລັງງານ ພະລັງນ້ຳ ແລະ ການຂົນສົ່ງ
ຊຶ່ງທາງການຈີນເປີດເຜີຍວ່າແຮັກເກີທີ່ຖືກຕັ້ງລາງວັນນຳຈັບມີຄວາມກ່ຽວຂ້ອງກັບລັດຖະບານໄຕ້ຫວັນ ຊຶ່ງທາງການຈີນໄດ້ລວບລວມຂໍ້ມູນຂອງແຮັກເກີກຸ່ມນີ້ໄວ້ແລ້ວ ຊຶ່ງມີທັງຮູບຖ່າຍ ຊື່ ນາມສະກຸນ ແລະ ໝາຍເລກບັດປະຈຳຕົວ
ທາງການເມືອງກວາງໂຈວ ບໍ່ໄດ້ລະບຸວ່າເງິນລາງວັນນຳຈັບແຮັກເກີກຸ່ມນີ້ ມີມູນຄ່າຫຼາຍເທົ່າໃດ ແຕ່ລະບຸວ່າແຮັກເກີກຸ່ມນີ້ໄດ້ຮັບການສະໜັບສະໜູນຈາກພັກປະຊາທິປະໄຕກ້າວໜ້າ ຫຼື ພັກ DPP ຊຶ່ງເປັນພັກລັດຖະບານຂອງໄຕ້ຫວັນ ແລະ ມີການຮ່ວມມືກັບທາງການສະຫະລັດ
ທີ່ພະຍາຍາມໃຊ້ວິທີໂຈມຕີທາງໄຊເບີ້ກໍ່ກວນໃຫ້ເກີດຄວາມບໍ່ສະຫງົບໃນຈີນ ໂດຍທາງສະຫະລັດໄດ້ຊ່ວຍໄຕ້ຫວັນຝຶກແຮັກເກີ ໃຫ້ການສະໜັບສະໜູນດ້ານອຸປະກອນ ແລະ ເທັກໂນໂລຢີດ້ານການສື່ສານ ເພື່ອໃຊ້ໄຕ້ຫວັນເປັນຖານໂຈມຕີທາງໄຊເບີຕໍ່ປະເທດຈີນ
ແນວໃດກໍຕາມ ທາງການໄຕ້ຫວັນປະຕິເສດຂໍ້ກ່າວຫາຂອງຈີນວ່າບໍ່ເປັນຄວາມຈິງ ແລະ ການທີ່ຈີນຕັ້ງລາງວັນນຳຈັບເປັນການສະແດງທ່າທີທີ່ບໍ່ເໝາະສົມ ແລະ ຫຍາບຄາຍ ທີ່ມີເປົ້າໝາຍຂົ່ມຂູ່ໄຕ້ຫວັນ
ໂດຍທາງຈີນໃຫ້ຄວາມສຳຄັນກັບການປ້ອງກັນການໂຈມຕີທາງໄຊເບີເພີ່ມຫຼາຍຂຶ້ນ ເພາະເປັນຊ່ອງທາງການໂຈມຕີທີ່ຖືກພົບວ່າໃຊ້ຫຼາຍຂຶ້ນ ແລະ ອາດສ້າງຄວາມເສຍຫາຍຮຸນແຮງ ຖ້າຫາກບໍ່ມີການປ້ອງກັນຫຼືກະກຽມວິທີຮັບມືໄວ້ກ່ອນ
https://shorturl.fm/7XAxo
https://shorturl.fm/3nfW4
https://shorturl.fm/qddjA
https://shorturl.fm/QwRTV
https://shorturl.fm/Q7FzC
https://shorturl.fm/PgyId
https://shorturl.fm/dKXYY
https://shorturl.fm/h1BxO
https://shorturl.fm/0Xvuu
https://shorturl.fm/PnVLK
https://shorturl.fm/C9sv3
https://shorturl.fm/YWadh
https://shorturl.fm/UqWc7
https://shorturl.fm/hpFAO
https://shorturl.fm/mmTC4
https://shorturl.fm/yxLb5
https://shorturl.fm/Er0Rg
https://shorturl.fm/ZspcU
https://shorturl.fm/bZCE6
https://shorturl.fm/n899z
https://shorturl.fm/lNm2c
https://shorturl.fm/6WE4m
https://shorturl.fm/YUvsx
https://shorturl.fm/8jWR5