1
ນຳຕົວສອງຊາຍ ເລາະລັກຊັບ ມູນຄ່າເສຍຫາຍ 500 ລ້ານກວ່າກີບ ໄປທົດສະກຳເຫດການຄືນ

#ວັນທີ 16 ມັງກອນ 2025, ເຈົ້າໜ້າທີ່ ສືບສວນ-ສອບສວນ ປກສ ແຂວງ ບໍລິຄຳໄຊ ຮ່ວມກັບເຈົ້າໜ້າທີ່ວິຊາສະເພາະສືບສວນ-ສອບສວນ, ນິຕິວິທະຍາ, ກອງບັນຊາການ ປກສ ເມືອງ ຄຳເກີດ ໄດ້ນໍາຕົວ ທ້າວ ເຊັ່ງຊົ່ງ ອາຍຸ 20 ປີ ແລະ ທ້າວ ຢາໂຊວ່າງ ອາຍຸ 23 ປີ ທັງສອງເປັນກໍາມະກອນ ຢູ່ບ້ານໂພນເມືອງນ້ອຍ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ໄປທົດສະກໍາທົດສອບຂໍ້ມູມຄືນໃໝ່ ໃນຄະດີລັກຊັບພົນລະເມືອງ ໂດຍມີການຈັດຕັ້ງບ້ານແຈ້ງສະຫວ່າງ, ບ້ານໂພນແພງ, ບ້ານໂພນໂຮງ, ບ້ານທົ່ງຈະເລີນ, ບ້ານນາເດື່ອ ແລະ ເຈົ້າຂອງເຄຫະສະຖານ (ຜູ້ເສຍຫາຍ) ເຂົ້າຮ່ວມ.

#ເຫດການດັ່ງກ່າວໄດ້ເກີດຂຶ້ນໃນວັນທີ 13 ກໍລະກົດ ຫາ ວັນທີ 7 ພະຈິກ 2024 ທີ່ຜ່ານມາ ເຈົ້າໜ້າທີ່ໜ່ວຍງານ ຄະດີອາຍາ-ເສດຖະກິດ ປກສ ເມືອງຄຳເກີດ ໄດ້ຮັບແຈ້ງຄວາມຈາກຜູ້ຖືກເສຍຫາຍວ່າ: ມີຄົນຮ້າຍໄດ້ງັດເຂົ້າເຮືອນຂອງຕົນແລ້ວລັກຊັບສິນ, ເງິນຄຳຈຳນວນໜຶ່ງໄປ ເຊິ່ງຢູ່ບ້ານແຈ້ງສະຫວ່າງ ເມືອງຄໍາເກີດ. ຈາກນັ້ນ, ເຈົ້າໜ້າທີ່ ປກສ ເມືອງຄຳເກີດ ຈຶ່ງໄດ້ປະສານສົມທົບກັບຫ້ອງຕໍາຫຼວດ ປກສ ແຂວງ ຈັດຕັ້ງພະນັກງານວິຊາສະເພາະລົງກວດກາຊັນນະສູດສະ ຖານທີ່ເກີດເຫດ, ເກັບກຳຂໍ້ມູນເບື້ອງຕົ້ນເຫັນວ່າມີມູນຄວາມຈິງແທ້ ຈຶ່ງໄດ້ດໍາເນີນການສືບສວນ-ສອບສວນ ຕາມຫຼັກການວິຊາສະເພາະ ພ້ອມທັງຂຶ້ນບັນຊີເປົ້າໝາຍ ຢູ່ໃນພື້ນທີ່ຈໍານວນຫຼາຍເປົ້າໝາຍ. ຜ່ານການຕິດຕາມກວດກາບັນດາເປົ້າໝາຍ, ມາຮອດວັນທີ 8 ທັນວາ 2024 ສາມາດກັກຕົວຜູ້ຖືກຫາ ໄດ້ 2 ຄົນ ຊື່ ທ້າວ ເຊັ່ງຊົ່ງ ອາຍຸ 20 ປີ ແລະ ທ້າວ ຢາໂຊວ່າງ ອາຍຸ 23 ປີ, ທັງສອງເປັນກໍາມະກອນ, ຢູ່ບ້ານ ໂພນເມືອງນ້ອຍ ເມືອງ ຄໍາເກີດ ແຂວງ ບໍລິຄໍາໄຊ.

#ຜ່ານການສອບສວນ ພວກກ່ຽວທັງສອງໄດ້ຮັບສາລະພາບວ່າ: ໄດ້ລົງມືລັກຊັບແທ້ ໂດຍການງັດເຮືອນຂອງປະຊາຊົນ ພາຍໃນເມືອງຄຳເກີດ ໄດ້ຊັບສິນມີ: ເງິນ ຈຳນວນ 21,000,000 ກີບ, ກັບ 4,000 ບາດ (ສະກຸນເງິນໄທ) ແລະ ຄໍາຮູບປະພັນຈໍານວນ 18 ບາດ ລວມມູນຄ່າຜົນເສຍຫາຍທັງໝົດ ປະມານ 523.800.000 ກີບ.

ການທົດສະກຳໃນຄັ້ງນີ້, ໄດ້ລົງທົດສະກຳຕາມສະຖານທີ່, ເຮືອນຜູ້ເສຍຫາຍ ທີ່ຜູ້ຖືກຫາລົງມືກໍ່ເຫດ ຢູ່ບ້ານໂພນແພງ 1 ຈຸດ, ບ້ານໂພນໂຮງ 1 ຈຸດ, ບ້ານທົ່ງຈະເລີນ 4 ຈຸດ, ບ້ານແຈ້ງສະຫວ່າງ 1 ຈຸດ, ບ້ານນາເດື່ອ 1 ຈຸດ ເພື່ອທົດສອບຂໍ້ມູນຄືນໃໝ່ໃຫ້ຖືກຕ້ອງ, ຊັດເຈນພາວະວິໄສ ປະກອບໃສ່ສຳນວນ-ສຳເນົາຄະດີດັ່ງກ່າວ ເພື່ອສະຫຼຸບສົ່ງໃຫ້ອົງການໄອຍະການດຳເນີນຄະດີ ພວກກ່ຽວຕາມຂັ້ນຕອນທີ່ກົດໝາຍກຳນົດໄວ້ຢ່າງເຂັ້ມງວດ.

#ຄວາມສະຫງົບ